(vovworld) - ນັບແຕ່ສະໄໝລ່າເມືອງຂຶ້ນຝລັ່ງຢືດຄອງ ຮ່າໂນ້ຍ, ຊາວເມືອງຫຼວງຈຶ່ງຮູ້ປັກດອກໄມ້ໃນໂຖ, ກ່ອນນັ້ນ, ດອກໄມ້ເພື່ອບູຊາແມ່ນວາງໃນຈານ, ສ່ວນດອກໄມ້ເພື່ອຫຼິ້ນແມ່ນປູກຢູ່ເດີນບ້ານ ຫຼືຢູ່ສວນ, ພ້ອມກັບດອກໄມ້ ແມ່ນຕົ້ນໄມ້ປະດັບ, ນີ້ບໍ່ພຽງແຕ່ແມ່ນການລະຫຼິ້ນເທົ່ານັ້ນ, ຫາກຍັງແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງອະລິຍະທຳນັບພັນປີອີກດ້ວຍ.

ດອກໄມ້ທີ່ປູກໃນບ້ານງີຕ່າມ, ຮ່າໂນ້ຍ
ຮ່າໂນ້ຍ ໃນເມື່ອກ່ອນແມ່ນດິນແດນແຫ່ງດອກໄມ້. ໃນສະໄໝລາດຊະວົງຫຼີ, ບ້ານ ງີຕ່າມ ມີບັນດາທົ່ງດອກໄມ້ເອີ້ນວ່າ ທົ່ງບົງ. ຢູ່ບ້ານ ອຽນຟູ້ ປູກດອກໄມ້, ດັ່ງນັ້ນມີຊື່ວ່າ ອຽນຮວາ. ເວົ້າລວມແລ້ວ, ຢູ່ອ້ອມໜອງ ໂຮ່ໄຕ, ເກືອບຄືວ່າບ້ານໃດກໍ່ປູກດອກໄມ້. ສ່ວນຢູ່ທິດໃຕ້ເຂດແຄມເມືອງຫຼວງກໍ່ມີບ້ານປູກດອກເໝີຍຫຼາຍບ້ານ, ດັ່ງນັ້ນຈຶ່ງເອີ້ນວ່າບ້ານແບກມາຍ, ຮົ່ງມາຍ, ຮ່ວາງມາຍ… ມີບ້ານປູກດອກໄມ້ໝາຍຄວາມວ່າມີຜູ້ຫຼິ້ນດອກໄມ້ຢ່າງແນ່ນອນ.
ໃນເມື່ອກ່ອນເຮືອນໃນເມືອງຫຼວງຖືກສ້າງເປັນຮູບທໍ່, ທາງໜ້າເຮືອນອາດຈະຄັບແຄບ ແຕ່ພັດຍາວ, ລະຫວ່າງຫ້ອງຢູ່ເບື້ອງໜ້າ ແລະ ຫ້ອງເບື້ອງຫຼັງເຮືອນແມ່ນມີເດີນບ້ານ ແລະ ໃນເດີນບ້ານນີ້ເຂົາເຈົ້າເຄີຍວາງກະຖາງດອກໄມ້ ແລະ ຕົ້ນໄມ້ປະດັບ ເພື່ອສ້າງຄວາມງາມໃຫ້ເຮືອນ. ຜ່ານການເວລາ, ການຫຼິ້ນດອກໄມ້, ຕົ້ນໄມ້ປະດັບຢູ່ ທັງລອງ ກໍ່ມີການປ່ຽນແປງ ແລະ ກາຍເປັນສິລະປະ, ຍ້ອນເຫດນັ້ນ, ຜູ້ຫຼິ້ນດອກໄມ້ກໍ່ຕ້ອງຮູ້ເຕັກນິກປູກດອກໄມ້ຢ່າງລະອຽດ. ນອກນັ້ນເຂົາເຈົ້າຍັງຕ້ອງຮູ້ເຖິງສັນຍາລັກຂອງດອກໄມ້ແຕ່ລະຊະນິດອິກ.

ຊາວນະຄອນຫຼວງຮ່າໂນ້ຍມັກຫຼິ້ນດອກຄາຍໃນໂອກາດບຸນປີໃໝ່
ຢູ່ເຂດຊານເມືອງຫຼວງ ທັງລອງ, ບັນດາເຮືອນລ້ວນແຕ່ປະກອບດ້ວຍ: ເຮືອນຢູ່, ລະບຽງເຮືອນ, ເດີນ, ສວນ ແລະ ອ້ອມສວນເຄີຍປູກດອກຊະບາສີແດງ. ຈາກປະຕູໂຂງເຂົ້າເດີນບ້ານ, ຢູ່ລຽບຕາມສອງພາກທາງເຄີຍປູກດອກກຸຫຼາບ, ດອກພຸດ, ດອກຊ້ອນ. ຢູ່ຕໍ່ໜ້າລະບຽງເຮືອນກໍ່ປູກດອກໄມ້. ຫຼິ້ນດອກໄມ້ຕ້ອງຮູ້ວິທີເຮັດແນວໃດໃຫ້ມັນງາມກວ່າ. ບໍ່ພຽງແຕ່ຫຼິ້ນດອກໄມ້ເທົ່ານັ້ນ, ຊາວເມືອງຫຼວງ ທັງລອງ ຍັງຫຼິ້ນດອກໄມ້ປະດັບອີກ. ຕ່າງກັບດອກໄມ້ແມ່ນສີສັນ ແລະ ກິ່ນຫອມ, ການປູກດອກໄມ້ປະດັບຕ້ອງດັດປັບຄືແນວໃດໃຫ້ເປັນຮູບສັດປະເພດຕ່າງໆ, ຫຼືຮູບໃດໜຶ່ງທີ່ຜູ້ປູກນິຍົມ. ໂດຍອີງຕາມຄວາມນິຍົມຂອງແຕ່ລະຄົນ, ເຂົາເຈົ້າຈະເລືອກຊື້ ຫຼືປູກດອກໄມ້, ຕົ້ນໄມ້ປະດັບທີ່ເໝາະສົມ. ຄຽງຂ້າງຫຼິ້ນດອກໄມ້ ແລະ ຕົ້ນໄມ້ປະດັບແລ້ວ, ເຂົາເຈົ້າຍັງຫຼິ້ນນົກອັນລ້ຳຄ່າຫາຍາກ ແລະ ມີອ່າງລ້ຽງປາປະດັບອີກ. ສິ່ງດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນສິລະປະເທົ່ານັ້ນ, ຫາກຍັງເວົ້າເຖິງອາລົມຈິດ, ແນວຄິດຈິດໃຈຂອງເຈົ້າຂອງອີກດ້ວຍ.
ຕາມການເວລາ, ການຫຼິ້ນດອກໄມ້, ຕົ້ນໄມ້ປະດັບກໍ່ມີການປ່ຽນແປງສ່ວນໃດສ່ວນໜຶ່ງ, ຍ້ອນມີດອກໄມ້ຫຼາຍຊະນິດແມ່ນຖືກນຳເຂົ້າຈາກຕ່າງປະເທດ. ຊາວ ຮ່າໂນ້ຍຍັງຮຽນວິທີຫຼິ້ນດອກໄມ້, ປັກດອກໄມ້ຈາດຝ່າຍຕາເວັນຕົກອີກດ້ວຍ, ເຮັດໃຫ້ການຫຼິ້ນດອກໄມ້ ແລະ ຕົ້ນໄມ້ປະດັບອຸດົມສົມບູນຕື່ມອີກ. ເຖິງຢ່າງໃດກໍ່ຕາມ, ຊາວ ຮ່າໂນ້ຍ ຍັງຄົງຮັກສາການຫຼິ້ນດອກໄມ້, ຕົ້ນໄມ້ປະດັບທີເປັນມູນເຊື້ອໄວ້ຈົນເຖິງປະຈຸບັນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ