(vovworld)- ລະດູບານໃຫມ່ວຽນມາອີກວາລະຫນຶ່ງ ແລະ ຢູ່ເກາະທີ່ຫ່າງໄກ, ບັນດານັກຮົບຫານເຮືອ ພວມປະຕິບັດຫນ້າທີ່ຢູ່ ບັນດາເກາະນ້ຳຖ້ວມ ຂຶ້ນກັບໝູ່ເກາະ ເຈື່ອງຊາ, ເມືອງ ເຈື່ອງຊາ ແຂວງ ແຄງຮວາ ພວມພ້ອມກັນກະກຽມຕ້ອນຮັບບຸນເຕັດປີມະແມ 2015. ນອກຈາກບັນດາເຄື່ອງຂອງຈຳເປັນທີ່ນຳມາຈາກເຂດດິນຕໍ່ແຜ່ນຄື: ຊີ້ນງົວ, ເຂົ້າຫນຽວ, ໃບຕອງຈິງ, ຄຳກອນ… ບຸນເຕັດປີນີ້, ພະນັກງານ, ນັກຮົບ ຢູ່ບັນດາເກາະນ້ຳຖ້ວມ ຍັງປູກຜັກ ແລະ ລ້ຽງສັດໄດ້ຫລາຍ ຮັບປະກັນດ້ານອາຫານຢ່າງພຽງພໍເພື່ອຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ. ເພື່ອໃຫ້ພະນັກງານ, ນັກຮົບອຸ່ນອ່ຽນໃຈປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ.
![]() ນັກຮົບຢູ່ເກາະ ກະກຽມຕ້ອນຮັບບຸນເຕັດ
ພາບ:internet |
ຕອນບ່າຍຂອງມື້ທ້າຍປີເກົ່າ ຢູ່ ເກາະ ດາທີ້, ຕັ້ງຢູ່ທິດເຫນືອເມືອງ ເກາະ ເຈື່ອງຊາ, ໃນເຮືອນຄົວນ້ອຍ, ພົນທະຫານຊັ້ນຫນຶ່ງ ຟ້າມຢູຍກວາງ ທັງເບິ່ງແຍງໝໍ້ເຂົ້າຕົ້ມ ທັງກະກຽມຜັກ, ຜັກບົວ…ເພື່ອຂົ້ວຊີ້ນງົວ, ເຊິ່ງແມ່ນໜຶ່ງໃນບັນດາເຍື່ອງອາຫານໃນພາເຂົ້າ. ຟ້າມຢູຍກວາງ ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດທີ່ລາວຕ້ອນຮັບບຸນເຕັດຢູ່ເກາະແຫ່ງນີ້, ເຖິງວ່າ ຫ່າງໄກຈາກຄອບຄົວ ແລະ ບໍ່ໄດ້ຕ້ອນຮັບບຸນເຕັດຢູ່ເຂດດິນຕໍ່ແຜ່ນກໍຕາມ, ແຕ່ອາລົມຈິດຄວາມຮັກແພງຂອງອ້າຍນ້ອງຮ່ວມກົມກອງຢູ່ເກາະ ໄດ້ເຮັດໃຫ້ລາວຮູ້ສຶກອົບອຸ່ນໃຈທີ່ສຸດ.
“ນີ້ເປັນຄັ້ງທຳອິດ ຂ້າພະເຈົ້າຕ້ອນຮັບບຸນເຕັດຢູ່ເກາະ ເຈື່ອງຊາ. ຂ້າພະເຈົ້າມານີ້ ໄດ້ 6 ເດືອນ ແລ້ວ, ຂ້າພະເຈົ້າເຫັນວ່າ ອ້າຍນອ້ງຮ່ວມກົມກອງຄືດັ່ງຄອບຄົວດຽວ ສະນັ້ນ ຕ້ອນຮັບບຸນເຕັດຢູ່ທີ່ນີ້ ຮູ້ສຶກບໍ່ເຫງົາ. ບຸນເຕັດປີນີ້ ກົມກອງກໍຈັດຕັ້ງການຫໍ່ເຂົ້າຕົ້ມ, ກະກຽມທຸກສິ່ງທຸກຢ່າງເພື່ອຕ້ອນຮັບບຸນເຕັດ. ອ້າຍນ້ອງໃນກົມກອງກໍຮູ້ສຶກເບິກບານມ່ວນຊື່ນທີ່ສຸດ.”
ຍ້ອນປະຕິບັດວຽກງານເພີ່ມພູນຜະລິດຜົນເປັນຢ່າງດີ, ສະນັ້ນ ບຸນເຕັດປີນີ້ ໃນຄາບອາຫານຂອງພະນັກງານ, ນັກຮົບ ບໍ່ພຽງແຕ່ມີຜັກຂຽວເທົ່ານັ້ນ ຫາກຍັງມີອາຫານສົດຈາກການລ້ຽງສັດໃນເກາະ ອີກດ້ວຍ. ຮ້ອຍໂທ ເລວັນເຕື໋ອງ, ພະນັກງານການເມືອງ ເກາະ ດາທີ້ ແບ່ງປັນວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກເຂດດິນຕໍ່ແຜ່ນ, ບຸນເຕັດຂອງພວກຂ້າພະເຈົ້າກໍມີທຸກສິ່ງທຸກຢ່າງ. ເຖິງວ່າ ບໍ່ຄືຢູ່ເຂດດິນຕໍ່ແຜ່ນ ແຕ່ຮັບປະກັນອາຫານຢ່າງພຽງພໍເພື່ອໃຫ້ພະນັກງານ, ນັກຮົບຕ້ອນຮັບບຸນເຕັດຢ່າງອົບອຸ່ນ.ນອກນັ້ນ ພວກຂ້າພະເຈົ້າ ຍັງຈັດຕັ້ງລາຍການບັນເທິງຄື: ການແຂ່ງຂັນໝາກຮຸກ, ການລະຫລິ້ນພື້ນເມືອງ… ເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃຫມ່, ພວກຂ້າພະເຈົ້າຍັງໄດ້ຮັບຟັງຄຳອວຍພອນປີໃຫມ່ຈາກການນຳພັກ, ລັດ.”
![]() ບັນດານັກຮົບຮັບເຄື່ອງຂອງຈາກເຂດດິນຕໍ່ແຜ່ນສົ່ງໃຫ້
ພາບ:vinhphong vov |
ຢູ່ຫໍປະຊຸມໃນເກາະນ້ຳຖ້ວມ ດ໋ານາມ, ພະນັກງານ, ນັກຮົບພວມພ້ອມກັນເຮັດອະນາໄມ, ປະດັບປະດາ, ກະກຽມພາໝາກໄມ້, ດອກຄາຍ, ດອກເໝີຍທີ່ໄດ້ຮັບຈາກເຂດດິນຕໍ່ແຜ່ນ. ຮ້ອຍໂທ ຫວູວັນຄັກ, ພະນັກງານການເມືອງ ເກາະ ດ໋ານາມ ໃຫ້ຮູ້ວ່າ:
“ເປັນຄັ້ງທຳອິດທີ່ໄດ້ຕ້ອນຮັບບຸນເຕັດຢູ່ ເກາະ ດ໋ານາມ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ຕື່ນເຕັ້ນທີ່ສຸດ ເມື່ອໄດ້ຕ້ອນຮັບບຸນເຕັດພ້ອມກັບພະນັກງານ, ນັກຮົບທີ່ມາຈາກຫລາຍເຂດພາກໃນທົ່ວປະເທດ. ສິ່ງດັ່ງກ່າວກໍເຮັດໃຫ້ຂ້າພະເຈົ້າບັນເທົາຄວາມຄິດຮອດຄິດເຖິງຄອບຄົວໄດ້ສ່ວນໃດສ່ວນໜຶ່ງ ແລະ ມີກຳລັງໃຈຕື່ມອີກເພື່ອສູ້ຊົນປະຕິບັດສຳເລັດຫນ້າທີ່ວຽກງານເຊິ່ງໄດ້ຮັບມອບໝາຍ.”
ຢູ່ເກາະນ້ຳຖ້ວມ ດ໋າດົງ, ດ໋າໄຕ, ດ໋າລາດ, ຕຽນໜື.. ບັນຍາກາດຕ້ອນຮັບລະດູບານໃຫມ່ກໍຟົດຟື້ນເຊັ່ນດຽວກັນຢູ່ບັນດາເກາະ ແລະ ເຂດດິນຕໍ່ແຜ່ນ. ພະນັກງານ, ນັກຮົບຜູ້ລະວຽກ ພ້ອມກັນກະກຽມຕ້ອນຮັບບຸນເຕັດທີ່ເຕັມໄປດ້ວຍອາລົມຈິດຄວາມຮັກແພງ. ພັນເອກ ໂງຢູຍໂດ໋, ຮອງຜູ້ບັນຊາການ ກອງພົນນ້ອຍ 146, ຊື່ງແມ່ນຜູ້ທີ່ປະຕິບັດວຽກງານຢູ່ເກາະນ້ຳຖ້ວມມາເປັນເວລາຫລາຍປີໃຫ້ຮູ້ວ່າ: ກ່ອນນີ້ 10 ປີ, ເກາະນ້ຳຖ້ວມ ຍັງປະສົບກັບຄວາມ ລຳບາກຂາດເຂີນຫລາຍ. ແຕ່ໃນຊຸມປີມໍ່ໆມານີ້ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ກອງທັບ ແລະ ປະຊາຊົນໃນທົ່ວປະເທດ, ສະນັ້ນຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ ຢູ່ເກາະນ້ຳຖ້ວມ ມີການປັບປຸງດີຂຶ້ນ. ຢູ່ບັນດາເກາະນ້ຳຖ້ວມ ລ້ວນແຕ່ໄດ້ຮັບຊົມໂທລະພາບ, ຟັງວິທະຍຸກະຈາຍສຽງຫວຽດນາມ. ສະນັ້ນ ບັນຍາກາດຕ້ອນຮັບລະດູບານໃຫມ່ຢ່າງອົບອຸ່ນ ແລະ ຮູ້ສຶກຄືວ່າເກາະມີຄວາມໃກ້ຊິດກັບເຂດດິນຕໍ່ແຜ່ນກວ່າ. ພະນັກງານ, ນັກຮົບຢູ່ເກາະນ້ຳຖ້ວມ ມີຄວາມອຸ່ນອ່ຽນໃຈ, ເບິກບານມ່ວນຊື່ນ ແລະ ຕັດສິນໃຈຈະປະຕິບັດຫນ້າທີ່ວຽກງານທີ່ໄດ້ຮັບມອບໝາຍເປັນຢ່າງດີ.
“ຢູ່ທີ່ນີ້ ພະນັກງານ, ນັກຮົບ ລ້ວນແຕ່ຖືກັນເປັນຄອບຄົວດຽວ. ການນຳ, ຜູ້ບັນຊາການຄືດັ່ງຜູ້ເປັນພໍ່, ເປັນອ້າຍໃນຄອບຄົວ. ສະນັ້ນ ເມື່ອກະກຽມຕ້ອນຮັບບຸນເຕັດ, ບັນດາສະມາຊິກກໍມີຫນ້າທີ່ສະເພາະຂອງຕົນຄືດັ່ງໃນຄອບຄົວຫນຶ່ງ. ບັນຍາກາດຕ້ອນຮັບບຸນເຕັດຢູ່ທີ່ນີ້ມີຈຸດທີ່ເປັນເອກະລັກສະເພາະ ແລະ ເຕັມໄປດ້ວຍອາລົມຈິດຄວາມຮັກແພງ.”
ບຸນເຕັດຢູ່ເກາະ ເຈື່ອງຊາ, ເຖິງວ່າ ຫ່າງໄກຈາກບ້ານເກີດເມືອງນອນ, ຍາດຕິພີ່ນ້ອງກໍຕາມ, ແຕ່ບັນດາພະນັກງານ, ນັກຮົບ ຍາມໃດກໍຮູ້ສຶກອົບອຸ່ນ ຍ້ອນຄວາມສາມັກຄີ, ຮັກແພງ, ອຸມຊູຊ່ວຍເຫລືອເຊິ່ງກັນ ແລະກັນ ຂອງ “ຄອບຄົວນ້ອຍຢູ່ເກາະນ້ຳຖ້ວມ”. ພ້ອມກັບເຂດດິນຕໍ່ແຜ່ນ ແລະ ບັນດາເກາະຂຶ້ນກັບໝູ່ເກາະ ເຈື່ອງຊາ, ບັນດາເກາະນ້ຳຖ້ວມ ພວມຕ້ອນຮັບບຸນເຕັດຢ່າງອົບອຸ່ນ ໃນລະດູບານໃຫມ່ດ້ວຍຄວາມສະຫງົບສຸກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

