ແຕ່ລະມື້, ເບິ່ງຄືວ່າຄຸ້ມຖະໜົນນ້ອຍທຸກສາຍຂອງຮ່າໂນ້ຍ ຍາມໃດກໍ່ເຫັນຄົນເລາະຂາຍຊ່າເຫຼົ້າເຂົ້າກ່ຳ. ຄົນຂາຍແຕ່ລະຄົນນັ້ນ ພັດມີເຄັດລັບສະເພາະຂອງໃຜລາວ ເພື່ອດຶງດູດໃຫ້ຄົນມາຊື້. ໃນລາຍການອາຫານຫວຽດນາມມື້ນີ້, ພວກຂ້າພະເຈົ້າຂໍແນະນຳໃຫ້ທ່ານຜູ້ຟັງ ດ້ວຍເຍື່ອງອາຫານທີ່ມີຊື່ວ່າ “ຊ່າເຫຼົ້າເຂົ້າກ່ຳ” ຜ່ານບົດຂຽນຂອງ ເຈິ່ນຕ໊ວນ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເຊີນທ່ານຕິດຕາມຮັບຟັງ.

(ເຂົ້າກ່ຳ ພາບອິນເຕີແນັດ)

ສຽງກະລິ່ງດັງ ທີ່ພວກເຮົາພວມໄດ້ຍິນນັ້ນ ແມ່ນແທນໃຫ້ສຽງເລາະຈ່າວຂາຍຊ່າເຫຼົ້າເຂົ້າກ່ຳຂອງ ອາວເຕິມ. “ສຽງຈ່າວຂາຍ” ພິເສດນີ້ເປັນທີ່ລື້ງເຄີຍຂອງປະຊາຊົນ ຢູ່ຄຸ້ມຖະໜົນທຸກສາຍຂອງຕາແສງ ເຕິນມາຍ, ເມືອງຮວ່າງມາຍ. ອາວເຕິມ ມີອາຍຸ 50 ກວ່າປີແລ້ວ, ລາວມີຮູບຮ່າງຈ່ອຍສູງ, ຜິວແຫຼ້, ຫຼັງມືດ່າງດຳດ້ວຍຮອຍເມັນ ແຕ່ຄູ່ດວງຕາເບິ່ງຄືວ່າຍັງໃສແຈ້ງດີຢູ່. ອາວເຕິມ ນຸ່ງເສື້ອສີຂຽວທະຫານກັບສົ້ງສີກາກີ ໃສ່ເກີບ ບາຕ່າ ແຕ່ລະມື້ ອາວກໍ່ຂີ່ລົດຖີບໄປເລາະຂາຍ ຊ່າເຫຼົ້າເຂົ້າກ່ຳ ຢູ່ຕາມຄຸ້ມຖະໜົນສາຍຕ່າງໆ, ອາວເຕິມ ແບ່ງປັນວ່າ:

“ສະເລ່ຍແລ້ວ, ຂ້າພະເຈົ້າຂາຍຊ່າເຫຼົ້າໄດ້ 40 ຈອກຕໍ່ມື້. ຂາຍໄດ້ໜ້ອຍຫຼືຫຼາຍໄດ້ ແມ່ນຂຶ້ນກັບແຕ່ລະ ລະດູ. ລະດູຮ້ອນແມ່ນຂາຍໄດ້ຫຼາຍກວ່າ ປະມານ 60 ຈອກ, ຫຼາຍສຸດແມ່ນຍາມບຸນເຕັດ ດວານເງາະ (ບຸນກຸດວັນທີຫ້າເດືອນຫ້າ ໄລ່ຕາມຈັນທະປະຕິທິນ). ຊ່າເຫຼົ້າເຂົ້າກ່ຳນີ້ ກິນຍາມໃດກໍ່ໄດ້. ຊ່າເຫຼົ້າເຂົ້າກ່ຳແຕ່ລະຈອກແມ່ນຂາຍດ້ວຍລາຄາ 15 ພັນດົ່ງ/ຈອກ, ໃນນັ້ນມີກຳໄລປະມານ 4-5 ພັນດົ່ງ”.

ແຕ່ 3-4 ປີມານີ້, ແຕ່ລະມື້ ເວລາ 5 ໂມງ 30 ນາທີ ອາວເຕິມກໍ່ຖີບລົດຖີບເກົ່າໄປຂາຍຊ່າເຫຼົ້າເຂົ້າກ່ຳຢູ່ຕາມຮ່ອມຖະໜົນສາຍຕ່າງໆ. ທາງ ຫຼັງລົດຖີບຂອງ ອາວເຕິມ ໄດ້ຕ່າງຕູ້ໄມ້ຮູບສີ່ແຈສາກແບ່ງເປັນສອງລອັກ ຍາວ 80 ຊັງຕີແມັດ, ກວ້າງ 40 ຊັງຕີແມັດ ເພື່ອບັນຈຸວັດຖຸດິບເຮັດຊ່າເຫຼົ້າເຂົ້າກ່ຳ. ຍາມໃດອາວເຕິມ ກໍ່ອະນາໄມຕູ້ໃຫ້ສະອາດຢູ່ສະເໝີ. ທາງໜ້າຕິດເຈ້ຍເອສີ່ ດ້ວຍແຖວຕົວໜັງສື ຂຽນວ່າ: “ຊ່າເຫຼົ້າເຂົ້າກ່ຳ”. ລອັກທາງເບື້ອງຂວາບັນຈຸກັບນ້ຳຕານ, ຈອກ, ບ່ວງຢາງ, ຖົງຢາງ; ລອັກທາງເບື້ອງຊ້າຍແມ່ນໝໍ້ເຂົ້າກ່ຳໄດ້ປິດຝາໄວ້ດີໆ. ສ່ວນກະຕ່າລົດຖີບແມ່ນບັນຈຸຄັນຮົ່ມ ແລະ ເສື້ອກັນຝົນເພື່ອໃຊ້ເມື່ອເກີດຝົນຕົກ.

ລູກຄ້າທີ່ຫາກໍ່ເອີ້ນຊື້ຊ່າເຫຼົ້າເຂົ້າກ່ຳ ນັ້ນແມ່ນເອື້ອຍຮ່າ, ເຊິ່ງແມ່ນລູກຄ້າທີ່ລື້ງເຄີຍຂອງອາວເຕິມ, ອາທິດໃດເອື້ອຍຮ່າກໍ່ຊື້ຊ່າເຫຼົ້າເຂົ້າກ່ຳຂອງອາວເຕິມຢ່າງໜ້ອຍສຸດແມ່ນເທື່ອໜຶ່ງ. ອາວເຕິມ ທັງໂອ້ລົມກັບເອື້ອຍຮ່າ ທັງປຸງແຕ່ງຊ່າເຫຼົ້າເຂົ້າກ່ຳໄປພ້ອມ. ອາວເຕິມໄຂຝາຕູ້ລົງເຮັດເປັນໂຕະນ້ອຍ, ເປີດຝາໝໍ້ຊ່າເຫຼົ້າເຂົ້າກ່ຳອອກ, ແລ້ວຕັກເອົາປະມານ 3-4 ບ່ວງໃສ່ຈອກຢາງ, ຫຼັງຈາກນັ້ນເອົານ້ຳຕານໃສ່ໜ້ອຍໜຶ່ງແລ້ວຄົນໃຫ້ທົ່ວກໍ່ສາມາດກິນໄດ້ເລີຍ. ເອື້ອຍຮ່າ ທັງກິນຊ່າເຫຼົ້າເຂົ້າກ່ຳ ທັງອະທິບາຍວ່າ ເປັນຫຍັງຕົນເອງຈິ່ງມັກກິນຊ່າເຫຼົ້າເຂົ້າກ່ຳຄືແນວນີ້:

“ຊ່າເຫຼົ້າເຂົ້າກ່ຳມີສີອິດເຂັ້ມ, ເບິ່ງເມັດໃດກໍ່ເປັນເມັດນັ້ນ. ເມື່ອພວກເຮົາຫຍ້ຳ ຈະຮູ້ສຶກວ່າມີລົດຊາດປຸກຄືກັນກັບເຫຼົ້າ ແຕ່ວ່າມີລົດສົ້ມໜ້ອຍໜຶ່ງ, ມີກິ່ນຫອມຂອງເຂົ້າກ່ຳ ແລະ ເຊື້ອເຫຼົ້າ, ຮູ້ສຶກວ່າມີລົດຫວານນຳ, ລົດຊາດແມ່ນພິເສດທີ່ສຸດ. ນອກຈາກນັ້ນ, ຊ່າເຫຼົ້າເຂົ້າກ່ຳຍັງມີປະໂຫຍດຕໍ່ສຸຂະພາບຄື: ບຳລຸງຮ່າງກາຍ, ກະຕຸ້ນລະບົບຍ່ອຍອາຫານ, ດີຕໍ່ລະບົບຫົວໃຈຊີບພະຈອນ,…ຍ້ອນແນວນັ້ນ, ບໍ່ວ່າຍາມຮ້ອນຫຼືຍາມໜາວກໍ່ສາມາດກິນຊ່າເຫຼົ້ານີ້ໄດ້”.

(ຊ່າເຫລົ້າເຂົ້າກ່ຳ)

ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນວ່າຮ້ານຂາຍຊ່າເຫຼົ້າເຂົ້າກ່ຳໃດກໍ່ແຊບ ແລະ ມີລົດຊາດພິເສດສະເພາະຄືຂອງອາວເຕິມເຮັດ. ຕາມອາວເຕິມແລ້ວ, ເຄັດລັບງ່າຍດາຍທີ່ສຸດ ນັ້ນແມ່ນ ຄວາມມັກຮັກອາຊີບ ແລະ ຄວາມປາຖະໜາຢາກເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈ.

“ເມື່ອຫາກໍ່ເຮັດອາຊີບນີ້, ຂ້າພະເຈົ້າໄດ້ຊື້ເຂົ້າກ່ຳທີ່ຂາຍຢູ່ຕາມທ້ອງຕະຫຼາດ, ແຕ່ມາໃນປະຈຸບັນລູກຄ້າບໍ່ມັກກິນເຂົ້າກ່ຳຊະນິດນັ້ນອີກແລ້ວ ສະນັ້ນ, ຂ້າພະເຈົ້າຈິ່ງໄດ້ຕິດຕໍ່ກັບພີ່ນ້ອງຢູ່ບ້ານ ເພື່ອຊື້ເຂົ້າກ່ຳທີ່ມີລົດຊາດແຊບດີ, ເຂົ້າກ່ຳຕ້ອງມີສີແດງເຂັ້ມ ຫຼື ສີອິດເຂັ້ມ, ເມັດກົມ, ຍາວ, ມີກິ່ນຫອມ ແລະ ໄດ້ເກັບກ່ຽວຫ່າງຈາກເວລາເຮັດຊ່າເຫຼົ້າປະມານ 3 ເດືອນ. ນອກຈາກນັ້ນ, ເຊື້ອເຫຼົ້າເພື່ອເອົາມາເຮັດຊ່າເຫຼົ້ານັ້ນ ກໍ່ຕ້ອງແມ່ນຊະນິດທີ່ດີ, ແຊບ, ເຊື້ອເຫຼົ້າທີ່ຫາກໍ່ເຮັດໃໝ່ຍັງມີກິ່ນຫອມ ແລະ ບໍ່ເປັນໂໝກ. ເວົ້າລວມແລ້ວເພື່ອເຮັດຊ່າເຫຼົ້າເຂົ້າກ່ຳໃຫ້ແຊບນັ້ນ ແມ່ນມີຫຼາຍປັດໄຈ, ເຍື່ອງອາຫານຊະນິດນີ້ຕ້ອງກິນຕາມຫຼັງ ອາຫານເຍື່ອງອື່ນ, ບໍ່ຄວນກິນຫຼາຍເກີນໄປ ເພາະວ່າຈະເມົາໄດ້ງ່າຍ”.

ຍິນສຽງກະລິ່ງດັງມາແຕ່ໄກ ອາວເຕິມຂີ່ລົດຖີບເກົ່າ ເຂົ້າໃນທາງຮ່ອມນ້ອຍ. ໃກ້ຈະຮອດ 9 ໂມງເຊົ້າ, ຊ່າເຫຼົ້າເຂົ້າກ່ຳກໍ່ຍັງເຫຼືອພຽງແຕ່ 10 ຈອກເທົ່ານັ້ນ. ແນ່ນອນວ່າມື້ນີ້ ອາວເຕິມ ຕ້ອງໄດ້ກັບເມືອບ້ານໄວ.

ເຖິງວ່າ ອາວເຕິມບໍ່ “ເປີດເຜີຍ” ເຄັດລັບເຮັດຊ່າເຫຼົ້າກໍ່ຕາມ, ແຕ່ ພວກເພື່ອນກໍ່ສາມາດເຮັດຊ່າເຫຼົ້າດ້ວຍວິທີຕາມສູດຂອງພວກຂ້າພະເຈົ້າລຸ່ມນີ້:

· ວັດຖຸດິບຄວນກະກຽມ:

· ເຂົ້າກ່ຳ 1 ກິໂລກຣາມ

· ເຊື້ອເຫຼົ້າສອງກ້ອນ (ກ້ອນລະ20 ກຣາມ)

· ເຈ້ຍເງິນ, ນ້ຳຕານ

· ວິທີເຮັດ:

· ຂັ້ນຕອນທີ 1: ເອົາເຂົ້າກ່ຳມາມ່າໃສ່ນ້ຳເຢັນປະໄວ້ຂ້າມຄືນ,

ຫຼັງຈາກນັ້ນລ້າງເຂົ້າໃຫ້ສະອາດ ແລ້ວປະໄວ້ໃຫ້ສະເດັດນ້ຳ. ເອົາເຂົ້າໃສ່ໝໍ້ຫຸງເຂົ້າ, ຖອກນ້ຳໃສ່ໃຫ້ພໍດີ, ຫຸງໃຫ້ສຸກຄືຫຸງເຂົ້າ. ເມື່ອເຂົ້າສຸກ, ຖອກອອກໃສ່ພາແຜ່ອອກໃສ່ສະເໝີເພື່ອໃຫ້ເຂົ້າເຫີຍອາຍ.

· ຂັ້ນຕອນທີ 2: ເອົາເຊື້ອເຫຼົ້າໃສ່ຄົກຕຳໃຫ້ແຫຼກ ຫຼື ຈະບົດເອົາກໍ່

ໄດ້ ຫຼັງຈາກນັ້ນເອົາໄປຮ່ອນ, ແລ້ວເອົາໄປໂຮຍໃສ່ເຂົ້າກ່ຳ. ໃຊ້ໄມ້ຖູ່ ຫຼື ມືຄົນໃຫ້ທົ່ວ.

· ຂັ້ນຕອນທີ 3: ໃຊ້ເຈ້ຍເງິນ, ຕັດເປັນຮູນ້ອຍໆ, ເອົາເຂົ້າທີ່ຄົນ

ໄວ້ນັ້ນໃສ່ ແລ້ວຫໍ່ໃຫ້ແຈບ. ວາງຖ້ວຍ ຫຼື ຈານໃສ່ໃນໝໍ້ ແລ້ວເອົາຫໍ່ເຂົ້າໃສ່ ຫຼັງຈາກນັ້ນອັດຝາໃຫ້ແຈບ. ເອົາໄປໂອບໄວ້ຢູ່ບ່ອນມີອາກາດປອດໂປ່ງປະມານ 2-3 ວັນ.

· ຂັ້ນຕອນທີ 4: ພາຍຫຼັງເວລາໂອບແລ້ວ, ກວດເບິ່ງເມື່ອເຫັນ

ວ່າຊ່າເຫຼົ້າຫອມ, ລະດັບຄວາມເຂັ້ມຖືກໃຈແມ່ນໃຊ້ໄດ້. ເວລາກິນພຽງແຕ່ຕັກຊ່າເຫຼົ້າເຂົ້າກ່ຳໃສ່ຖ້ວຍນ້ອຍ ຫຼື ກິນກັບນົມສົ້ມກໍ່ໄດ້. ຫວັງວ່າ ພວກເພື່ອນຈະເຮັດກິນແຊບ./.