ບີ່ງເຢືອງ ວາດເປົ້າໝາຍ ໃຫ້ກາຍເປັນເຂດຕົວເມືອງ, ອຸດສາຫະກຳ,ການບໍລິການທັນສະໄຫມ,ມີລະດັບພາກພື້ນ ແລະ ສາກົນໃນປີ 2050. (ພາບ:Thiên Lý/VOV) |
ປະຈຸບັນ ບີ່ງເຢືອງ ມີ 33 ເຂດອຸດສາຫະກຳ, ໃນນັ້ນ ມີ 28 ແຫ່ງໄດ້ນຳເຂົ້າເຄື່ອນໄຫວ ດ້ວຍຍອດເນື້ອທີ່ກວ່າ 11.960 ha, ອັດຕາສ່ວນນຳໃຊ້ແມ່ນກວ່າ 93%. ຕາມການວາງແຜນຜັງ ຮອດປີ 2030, ບີ່ງເຢືອງ ຈະພັດທະນາຕື່ມອີກ 10 ເຂດອຸດສາຫະກຳ ດ້ວຍເນື້ອທີ່ປະມານ 16.000 ha. ສຳລັບເຂດໃຫມ່, ບີ່ງເຢືອງ ໄດ້ຄົ້ນຄ້ວາພັດທະນາເຂດອຸດສາຫະກຳຊີວະພາບ, ດຶງດູດການລົງທຶນຢູ່ບັນດາຂົງເຂດຄື: ການຫັນເປັນອັດຕະໂນມັດ, ຂັ້ນຕອນອັດສະລິຍະ ແລະ ນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ, ຜະລິດຕະພັນມີມູນຄ່າສົ່ງອອກໃຫຍ່, ການຜະລິດ ຕິດພັນກັບການພັດທະນາການບໍລິການອຸດສາຫະກຳ. ທ່ານ ເຈືອງວັນຟອງ, ຮອງຫົວຫນ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:
“ການກຳນົດທິດພັດທະນາໃນໄລຍະຈະມາເຖິງ ນັ້ນແມ່ນ ແຂວງ ຈະພັດທະນາບັນດາເຂດອຸດສາຫະກຳຕາມຮູບແບບເຂດອຸດສາຫະກຳຊີວະພາບ, ເຂດອຸດສາຫະກຳສີຂຽວ. ແຂວງ ຈະວາງແຜນຜັງເສັ້ນທາງອ້ອມຮອບເຂດອຸດສາຫະກຳຢູ່ທາງທິດເຫນືອ ເພື່ອສຸມໃສ່ດຶງດູດບັນດາໂຄງການລົງທຶນ, ຈັດວາງການຍົກຍ້າຍບັນດາໂຄງການຕັ້ງຢູ່ໃນເຂດຊຸມຊົນຢູ່ເຂດທາງທິດໃຕ້ມາຢູ່ເຂດທິດເຫນືອ”.
ເລື່ອງພັດທະນາເຂດອຸດສາຫະກຳຊີວະພາບ ແມ່ນທ່າອ່ຽງທົ່ວໂລກ ແລະ ແຂວງ ບີ່ງເຢືອງ ພວມຜັນຂະຫຍາຍ. ເຖິງຢ່າງໃດກໍຕາມ, ຄວາມຫຍຸ້ງຍາກທີ່ສຸດຂອງແຂວງ ນັ້ນແມ່ນຕ້ອງຫັນປ່ຽນບັນດາເຂດອຸດສາຫະກຳແບບເກົ່າມາເປັນທັນສະໄຫມ. ທ່ານ ມາຍຮຸ່ງຢູ໋ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ແຂວງ ຈະມີບັນດານະໂຍບາຍຫນູນຊ່ວຍໃຫ້ເຈົ້າຂອງການລົງທຶນຕາມການກຳນົດ.
“ແຂວງ ຈະລົງທຶນບັນດາເສັ້ນທາງຕົ້ນຕໍເຂົ້າບັນດາເຂດອຸດສາຫະກຳ ເພື່ອເຊື່ອມຕໍ່, ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ທັງຫນູນຊ່ວຍໃຫ້ວິສາຫະກິດສ່ວນໃດຫນຶ່ງໃນໄລຍະຈະມາເຖິງ ເພື່ອໃຫ້ທັງຫັນເປັນສີຂຽວ, ຫັນເປັນສະອາດ, ຫັນເປັນອັດສະລິຍະ, ຊີວະພາບ”.
ປະຈຸບັນ ບັນດາວິສາຫະກິດຢູ່ໃນແຂວງ ໄດ້ ແລະ ພວມຫັນປ່ຽນໄປຍັງທ່າອ່ຽງພັດທະນາສີຂຽວ. ຫນຶ່ງໃນຈຳນວນບັນດາວິສາຫະກິດພົ້ນເດັ່ນ, ນຳຫນ້າໃນການເຄື່ອນໄຫວດັ່ງກ່າວ ນັ້ນແມ່ນ ໂຮງງານຂອງກຸ່ມບໍລິສັດ LEGO ຂອງ ແດນມາກ ຕັ້ງຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ 3 (VSIP 3). ກຸ່ມບໍລິສັດ LEGO ໄດ້ວາງອອກເປົ້າໝາຍ ຫລຸດຜ່ອນການກະທົບຕໍ່ສິ່ງແວດລ້ອມ, ສະນັ້ນ ພຽງໃນ 1 ປີ ນັບແຕ່ເມື່ອເລີ່ມລົງມືກໍ່ສ້າງ, LEGO ໄດ້ປູກຕົ້ນໄມ້ສຳເລັດ 50.000 ຕົ້ນ ຢູ່ ບໍລິເວນໂຮງງານ. ທ່ານ Preben Elnef, ຮອງປະທານກຸ່ມບໍລິສັດ LEGO ທັງເປັນຜູ້ອຳນວຍການໃຫຍ່ LEGO Manufacturing Vietnam ໃຫ້ຮູ້ວ່າ:
“ນີ້ເປັນຄັ້ງທຳອິດທີ່ພວກຂ້າພະເຈົ້າທົດລອງມາດຕະການສ້າງແຫລ່ງພະລັງງານເພື່ອນຳໃຊ້ໃນໂຮງງານ. ພວກຂ້າພະເຈົ້າເລືອກເຟັ້ນມາດຕະການພະລັງງານແສງຕາເວັນ. ຢູ່ຂ້າງໂຮງງານ ກໍ່ຈັດສັນເນື້ອທີ່ດິນກວ້າງໃຫຍ່ເປັນເຂດຕັ້ງຖ່ານພະລັງງານເພື່ອສ້າງພະລັງງານໃຫ້ແກ່ພວກຂ້າພະເຈົ້າ. ສະນັ້ນ ແຫລ່ງພະລັງງານຕົ້ນຕໍຂອງພວກຂ້າພະເຈົ້າຈະໄດ້ນຳໃຊ້ຈາກພະລັງງານແສງຕາເວັນ”.
ການຫັນມາຜະລິດແບບສີຂຽວກໍ່ຊ່ວຍໃຫ້ວິສາຫະກິດເພີ່ມທີ່ຕັ້ງໃນການແກ້ງແຍ່ງ, ເຖິງຢ່າງໃດກໍຕາມ ການຫັນປ່ຽນການຜະລິດແບບສີຂຽວ ແລະ ຍືນຍົງກໍ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານລະບຽບການ, ສະນັ້ນ ວິສາຫະກິດ ສະເຫນີຕ້ອງມີບັນດາກົນໄກ, ນະໂຍບາຍ, ໂຄງການຫນູນຊ່ວຍທີ່ເໝາະສົມ, ກອບນິຕິກຳທີ່ສະດວກ. ທ່ານ ຫງວຽນວັນເລິ້ຍ, ເລຂາຄະນະພັກແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:
“ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ຈະຍາດເວລາເປັນສ່ວນໃຫຍ່ເພື່ອເຮັດວຽກກັບປະຊາຄົມວິສາຫະກິດ ເພື່ອຊອກຮູ້ວິສາຫະກິດຍັງປະສົບກັບຄວາມຫຍຸ້ງຍາກແນວໃດ, ມີຂໍ້ສະເຫນີໃດແດ່, ຂໍ້ຕິດຂັດໃດເພື່ອແກ້ໄຂ. ຖ້າຫາກຢູ່ເໜືອສິດອຳນາດກໍ່ຈະລາຍງານຕໍ່ສູນກາງ. ດ້ວຍວິທີເຮັດແບບນີ້, ພວກຂ້າພະເຈົ້າພ້ອມກັນເຮັດ, ຮ່ວມເດີນທາງນຳກັນເພື່ອບັນລຸຜົນສຳເລັດ ແລະ ພັດທະນາ”.
ທ່ານ ມາຍຮຸ່ງຢູ໋ງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ. (ພາບ:binhduong.gov.vn) |
ຮູບພາບແຂວງ ບີ່ງເຢືອງ ຂະຫຍັນຂັນເຄື່ອນ ຕັດສິນໃຈຫັນບັນດາເຂດອຸດສາຫະກຳເປັນສີຂຽວ ໄດ້ ແລະ ພວມດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ນຳແຂວງ ບີ່ງເຢືອງ ກາຍເປັນຫນຶ່ງໃນບັນດາແຂວງອຸດສາຫະກຳຈຸດສຸມຢູ່ ຫວຽດນາມ. ນີ້ຈະແມ່ນແຫລ່ງກຳລັງເພື່ອໃຫ້ແຂວງ ບີ່ງເຢືອງ ຍູ້ແຮງການພັດທະນາເສດຖະກິດ ສັງຄົມ ໃຫ້ນັບມື້ນັບຍືນຍົງກວ່າ, ຫັນຄວາມຄາດຫວັງກໍ່ສ້າງແຂວງ ບີ່ງເຢືອງ ພັດທະນາ ແລະ ຈະເລີນຮຸ່ງເຮືອງໃຫ້ປະກົດຜົນເປັນຈິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

