ການເດີນທາງໄປປະຕິບັດງານຢູ່ອາຊີ ຂອງທ່ານ Donald Trump ເລີ່ມຕົ້ນດ້ວຍບັນດາການເຄື່ອນໄຫວຢູ່ ມາເລເຊຍເນື່ອງໃນໂອກາດ ກອງປະຊຸມສຸດຍອດຄັ້ງທີ 47 ຂອງ ອາຊຽນ ແລະ ສິ້ນສຸດທີ່ການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່ ສ.ເກົາຫລີ ໃນວັນທີ 30 ຕຸລາ.
ທິດທາງຮ່ວມມືໃໝ່ໃຫ້ແກ່ການພົວພັນ ອາເມລິກາ - ຈີນ
ໂດຍແມ່ນຈຸດສຸມຂອງການເດີນທາງໄປປະຕິບັດງານຢູ່ອາຊີ ຂອງທ່ານປະທານາທິບໍດີ ອາເມລິກາ, ພ້ອມທັງກໍ່ໄດ້ຮັບການຕີລາຄາວ່າແມ່ນການພົບປະສຳຄັນທີ່ສຸດໃນໂລກໃນປີນີ້, ເຫດການທ່ານ ປະທານນາທິບໍດີ Donald Trump ແລະ ທ່ານປະທານປະເທດ ຈີນ ສິຈິ້ນຜິງ ພົບປະກັນແບບເຊິ່ງໜ້າຢູ່ ບູຊານ, ສ.ເກົາຫຼີ ໄດ້ນຳມາເຊິ່ງໝາກຜົນທີ່ເປັນໜ້າສົນໃຈຫຼາຍຢ່າງ. ພາຍຫຼັງການປຶກສາຫາລືມາເປັນເວລາ 2 ຊົ່ວໂມງ, ບັນດາການນຳອາເມລິກາ ແລະ ຈີນ ໄດ້ເຫັນດີເປັນເອກະພາບຕໍ່ກອບຂໍ້ຕົກລົງບັນລຸໄດ້ກ່ອນນັ້ນ 2 – 3 ວັນທີ່ຮອບເຈລະຈາຢູ່ Kuala Lumpur (ມາເລເຊຍ). ຕາມນັ້ນແລ້ວ, ອາເມລິກາ ຈະຍົກເລີກອັດຕາພາສີ 10% ສຳລັບ “fentanyl” ທີ່ຈັດວາງໃສ່ສິນຄ້າ ຈີນ (ລວມມີສິນຄ້າຈາກ ຮົງກົງ ແລະ ມາເກົາ) ແລະ ອັດຕາພາສີສົມທົບ 24% ສຳລັບສິນຄ້າ ຈີນ (ລວມມີສິນຄ້າຈາກຮົງກົງ ແລະ ມາເກົາ) ຈະສືບຕໍ່ໂຈະການປະຕິບັດຕື່ມອີກໜຶ່ງປີ. ສຳລັບຈີນ ຈະປັບປຸງບັນດາມາດຕະການຮັບມືກັບຕໍ່ລະດັບພາສີດັ່ງກ່າວຂອງ ອາເມລິກາ ໃຫ້ເໝາະສົມ, ທັງສອງຝ່າຍໄດ້ເຫັນດີຕໍ່ກຳນົດເວລາການຍົກເວັ້ນພາສີອາກອນຈຳນວນໜຶ່ງ… ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ບັນດາສິ່ງທີ່ບັນລຸໄດ້ພາຍຫລັງ ການພົບປະກັບທ່ານປະທານປະເທດ ຈີນ ສິຈິ້ນຜິງແມ່ນດີທີ່ສຸດ, ບັນລຸໄດ້ 12 ໃນ 10 ຄະແນນ. ທ່ານໃຫ້ຮູ້ວ່າ:
ຂ້າພະເຈົ້າຄິດວ່າອີກບໍ່ດົນ ພວກຂ້າພະເຈົ້າຈະບໍ່ປະສົບກັບສິ່ງກີດຂວາງໃຫຍ່ຫຼາຍປານໃດອີກ. ພວກຂ້າພະເຈົ້າ ສາມາດບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ. ແຕ່ລະປີພວກຂ້າພະເຈົ້າຈະເຈລະຈາຕົກລົງຄືນໃໝ່ ແຕ່ຂ້າພະເຈົ້າຄິດວ່າຂໍ້ຕົກລົງສະບັບນີ້ຈະແກ່ຍາວ, ຫຼາຍກ່ວາໜຶ່ງປີ. ທຸກບັນຫາກ່ຽວກັບແຮ່ທາດດິນປະເສີດ ລ້ວນແຕ່ໄດ້ຮປຶກສາຫາລື ແລະ ສິ່ງນີ້ມີຄວາມຕັ້ງໜ້າໃຫ້ແກ່ທົ່ວໂລກ, ຍ້ອນວ່ານີ້ບໍ່ພຽງແຕ່ແມ່ນກໍລະນີຂອງສະເພາະປະເທດອາເມລິກາ ເທົ່ານັ້ນ ຫາກຍັງຂອງທົ່ວໂລກອີກດ້ວຍ.
|
(ພາບ: REUTERS/Evelyn Hockstein)
|
ສິ່ງທີ່ເປັນໜ້າສົນໃຈ, ຕາມທ່ານ Donald Trump ແມ່ນ ເລື່ອງອາເມລິກາ ແລະ ຈີນ ກໍ່ໄດ້ເຫັນດີເປັນເອກະພາບຈະສົມທົບກັນແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ນີ້ແມ່ນການກະທຳທາງການຕ່າງປະເທດລວມຄັ້ງທຳອິດຂອງສອງຝ່າຍ ຕໍ່ກັບການປະທະກັນນີ້. ຕາມວົງການນັກສັງເກດການແລ້ວ, ເຖິງວ່າຍັງບໍ່ແມ່ນຂໍ້ຕົກລົງຮອບດ້ານແຕ່ການພົບປະສຸດຍອດ ອາເມລິກາ - ຈີນ ໄດ້ສະແດງໃຫ້ເຫັນຫຼາຍສັນຍານ ທີ່ຕັ້ງໜ້າ, ສ່ອງແສງເລື່ອງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ລ້ວນແຕ່ຢາກມີການພົວພັນທີ່ເປັນປົກກະຕິກ່ວາການສູ້ຢັນກັນ. ທ່ານສາດສະດາຈານ ວິທະຍາສາດການເມືອງ ຂອງມະຫາວິທະຍາໄລ ແຫ່ງຊາດ ສິງກະໂປ Chong Ja Ian ໃຫ້ຂໍ້ສັງເກດວ່າ:
ຂ້າພະເຈົ້າຄິດວ່ານີ້ບໍ່ແມ່ນການຢຸດຕິຊົ່ວຄາວຍຸດທະສາດ. ການພົວພັນ ອາເມລິກາ - ຈີນມີການຂຶ້ນໆລົງໆແຕ່ຊຸມປີ 2010 ມາຮອດປັດຈຸບັນ ແຕ່ທຸກສິ່ງທຸກຢ່າງເບິ່ງຄືວ່າພວມເດີນໄປຕາມທິດຕັ້ງໜ້າ. ມັນອາດສາມາດປ່ຽນແປງໃນອະນາຄົດໃກ້ໆນີ້ ຫຼືບໍ່ ແມ່ນຍັງບໍ່ທັນມີຜູ້ໃດຮູ້, ແຕ່ນີ້ແມ່ນທິດທາງຂອງການພົວພັນ ອາເມລິກາ - ຈີນ.
ປັບປຸງບັນດາພັດທະມິດຄວາມໝັ້ນຄົງ
ໄປຄຽງຄູ່ກັບບັນດາຂໍ້ຕົກລົງທີ່ບັນລຸໄດ້ກັບຈີນ ກ່ຽວກັບການຄ້າ, ການເດີນທາງໄປປະຕິບັດງານຢູ່ອາຊີຂອງທ່ານ Donald Trump ກໍ່ບັນລຸໄດ້ໝາກຜົນທີ່ເປັນໜ້າສົນໃຈຫຼາຍຢ່າງກ່ຽວກັບການຕ່າງປະເທດ ແລະ ຄວາມໝັ້ນຄົງ. ຢູ່ມາເລເຊຍ, ທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເປັນປະທານຮ່ວມພິທີລົງນາມຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່າງ ໄທ ແລະ ກຳປູເຈຍ, ສ້າງຂີດໝາຍບາດກ້າວເດີນທາງການ ມຸ່ງໄປເຖິງການຢຸດຕິການປະທະກັນ ແລະ ຟື້ນຟູສັນຕິພາບຢູ່ລຽບຕາມເຂດຊາຍແດນທີ່ມີການຂັດແຍ້ງກັນລະຫວ່າງສອງປະເທດ ພາຍຫຼັງການປະທະກັນປະກອບອາວຸດໃນລະດູແລ້ງຜ່ານມາ.
ຖັດຈາກນັ້ນ, ການເດີນທາງໄປປະຕິບັດງານຢູ່ ຍີ່ປຸ່ນ (ໃນວັນທີ 28 ຕຸລາ) ແລະ ບັນດາການປຶກສາຫາລືພ້ອມກັບທ່ານນາງ Sanae Takaichi ນາຍົກລັດຖະມົນຕີຍີ່ປຸ່ນ ຄົນໃໝ່ ກໍ່ໄດ້ຊ່ວຍອຳນາດການປົກຄອງຂອງທ່ານ Donald Trump ປັບປຸງໄດ້ບົດບາດນຳພາໃນສຳພັນທະມິດ ອາເມລິກາ - ຍີ່ປຸ່ນ ເມື່ອສອງຝ່າຍອອກຖະແຫຼງການ ເປີດ “ສັງກາດທອງຄຳ” ຂອງການພົວພັນສອງຝ່າຍຜ່ານບັນດາຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ແລະ ເສດຖະກິດ. ກ່ຽວກັບຄວາມໝັ້ນຄົງ, ລັດຖະບານຊຸດໃໝ່ຢູ່ຍີ່ປຸ່ນ ກໍ່ໃຫ້ຄຳໝັ້ນສັນຍາ ຈະຍົກລະດັບການໃຊ້ຈ່າຍດ້ານປ້ອງກັນຊາດຂອງ ຍີ່ປຸ່ນ ຕາມຄວາມຮຽກຮ້ອງຕ້ອງການຂອງ ອາເມລິກາ ຂຶ້ນລະດັບ2% GDP ໃນເດືອນ ມີນາ 2026, ໄວກ່ວາ 2 ປີເມື່ອທຽບໃສ່ກັບເປົ້າໝາຍເບື້ອງຕົ້ນແມ່ນປີການເງິນ 2027. ທ່ານ Steven Nagyສາດສະດາຈານກ່ຽວກັບການເມືອງ ແລະ ຄົ້ນຄ້ວາສາກົນ ຢູ່ມະຫາວິທະຍາໄລ ຄຼິດຕຽນ ສາກົນ (ຍີ່ປຸ່ນ) ໃຫ້ຂໍ້ສັງເກດວ່າ:
ຂ້າພະເຈົ້າຄິດວ່າ ອາເມລິກາ ແລະ ຍີ່ປຸ່ນ ເຊື່ອມຕໍ່ນຳກັນກ່ຽວກັບການປ້ອງກັນຄວາມໝັ້ນຄົງດ້ານເສດຖະກິດ, ໝາຍຄວາມວ່າຫັນລະບົບສະໜອງເປັນຫຼາຍຮູບແບບ, ການຮັບມືກັບບັນດາລະບົບສະໜອງເຄິ່ງຊັກນຳໄຟຟ້າປ່ຽນແທນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານເປັນຫຼາຍຮູບຫຼາຍແບບ ແລະ ກ່ຽວກັບສັງລວມແມ່ນຫຼຸດຜ່ອນບັນດາຄວາມສ່ຽງ ກາຍເປັນສ່ວນໜຶ່ງໃນເຄືອຂ່າຍຜະລິດຂອງຈີນ.
ສ່ວນໃນການພົວພັນກັບປະເທດ ສ.ເກົາຫຼີ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໄດ້ພ້ອມກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ປະຕິບັດສຳເລັດຂໍ້ຕົກລົງທາງການຄ້າເບື້ອງຕົ້ນ, ຕາມນັ້ນແລ້ວ ອາເມລິກາ ຮັກສາອັດຕາພາສີສົມທົບ ຕໍ່ສ.ເກົາຫຼີຢູ່ລະດັບ 15%, ຫຼຸດຜ່ອນອັດຕາພາສີສຳລັບລົດໂອໂຕ ແລະ ເຄື່ອງອາໄຫຼ່ໂອໂຕແຕ່ 25%ລົງເຫຼືອ 15%. ສຳລັບ, ສ.ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາ ລົງທຶນ 350 ຕື້ USD ເຂົ້າອາເມລິກາ, ໃນນັ້ນ, ມີເງິນສົດ 200 ຕື້ USD ແລະ 150ຕື້ USD ໄດ້ລົງທຶນໃຫ້ແກ່ການຮ່ວມມືໃນຂະແໜງຕໍ່ກຳປັ່ນ. ນີ້ໄດ້ຮັບຖືວ່າແມ່ນໄຊຊະນະ ສຳລັບອຳນາດການປົກຄອງ ອາເມລິກາ ຍ້ອນວ່າກ່ອນນັ້ນ ສ.ເກົາຫຼີໄດ້ກ່າວເຕືອນເປັນຫຼາຍຄັ້ງວ່າ ປະເທດນີ້ບໍ່ສາມາດປະຕິບັດ ຄຳໝັ້ນສັນຍາລົງທຶນເງິນເປັນຈຳນວນ 350 ຕື້ USD ເຂົ້າ ອາເມລິກາໄດ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ