ທ່ານນາງ ຄຸນຫຍິງ ທິພາວະດີ ເມກສະຫວັນ, ຫົວໜ້າ ຄະນະຈັດຕັ້ງ SEA Write Award |
ທີ່ພິທີ ມີການເຂົ້າຮ່ວມຂອງນັກປະພັນ, ນັກກະວີມາຈາກ 8 ປະເທດ ອາຊຽນລວມມີ: ບຣູໄນ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ໄທ ແລະ ຫວຽດນາມ. ທ່ານນາງ ຄຸນຫຍິງ ທິພາວະດີ ເມກສະຫວັນ, ຫົວໜ້າຄະນະຈັດຕັ້ງ SEA Write Award ເນັ້ນໜັກວ່າ ໃນໄລຍະກວ່າ 4 ທົດສະວັດທີ່ຜ່ານມາ, ລາງວັນໄດ້ກາຍເປັນມູນເຊື້ອເປັນໜ້າເຄົາລົບນັບຖືໃນພາກພື້ນ, ແຫ່ງທີ່ເຕົ້າໂຮມວັນນະຄະດີທີ່ດີເດັ່ນ ດ້ວຍແນວຄວາມຄິດອັນເລິກເຊິ່ງກ່ຽວກັບມະນຸດ ແລະ ການດຳລົງຊີວິດ.
ລາງວັນ SEA Write ບໍ່ພຽງແຕ່ເສີມສ້າງຈິດວິນຍານ ແລະ ມະໂນພາບເທົ່ານັ້ນ, ຫາກຍັງສະແດງທັດສະນະລວມຂອງວັດທະນະທຳ ອາຊຽນ. ຂ້າພະເຈົ້າເຊື່ອໝັ້ນວ່າ ປະຊາຄົມວັນນະຄະດີ ຈະສືບຕໍ່ຫຼໍ່ລ້ຽງບັນດາບົດປະພັນທີ່ມີວິໄສທັດສະເພາະ, ນຳພື້ນຖານວັນນະຄະດີພາກພື້ນ ບືນຕົວອອກສູ່ໂລກ.
ນັບແຕ່ໄດ້ຮັບການສ້າງຕັ້ງເມື່ອປີ 1979 ພາຍໃຕ້ການອຸປະຖຳຂອງພະບໍລົມວົງສານຸວົງ ໄທ, SEA Write Award ໄດ້ກາຍເປັນໜຶ່ງໃນບັນດາລາງວັນວັນນະກຳທີ່ມີອິດທິພົນຊື່ສຽງທີ່ສຸດໃນພາກພື້ນເທື່ອລະກ້າວ, ເຕົ້າໂຮມບັນດານັກປະພັນທີ່ມາຈາກ 10 ປະເທດ ອາຊຽນ. ບັນດາບົດປະພັນໄດ້ຮັບການເຊີດຊູບໍ່ພຽງແຕ່ສ່ອງແສງສີສັນສະເພາະຂອງແຕ່ລະຊາດເທົ່ານັ້ນ, ຫາກຍັງສ່ອງແສງບັນດາຄຸນຄ່າທົ່ວໄປຄື: ຄວາມຄາດຫວັງສັນຕິພາບ, ຄວາມເຂົ້າໃຈມະນຸດ, ຄວາມເຊື່ອໝັ້ນຕໍ່ກຳລັງແຮງຂອງຄວາມເປັນທຳ. ນັກປະພັນ ຫງວຽນທາມທຽນເກ້ ຂອງ ຫວຽດນາມ ຜູ້ທີ່ໄດ້ຮັບລາງວັນ SEA Write 2024 ໃຫ້ຮູ້ວ່າ:
ບົດປະພັນ “ລະດູຮ້ອນໃຕ້ຮົ່ມໄມ້” ແມ່ນປຶ້ມເລື່ອງສັ້ນປະກອບດ້ວຍ 35 ເລື່ອງ, ໜາ 450 ໜ້າ. ບົດປະພັນນີ້ຂອງຂ້າພະເຈົ້າໄດ້ຂຽນໃນໄລຍະເວລາ 15 – 20 ປີ, ເນື້ອໃນຫຼັກໆແມ່ນວັດທະນະທຳ ຫວຽດ. ຂ້າພະເຈົ້າໄດ້ຂຽນກ່ຽວກັບບັນດານັກຮົບທີ່ກັບເມືອຈາກສະໜາມຮົບ, ບັນດາເລື່ອງລາວປະຈຳວັນກ່ຽວກັບການດຳລົງຊີວິດໃນປັດຈຸບັນ, ຄວາມຄາດຫວັງສ້າງສັນຕິພາບ, ສ້າງຄວາມຮັ່ງມີໃຫ້ແຕ່ລະຄົນ.
ຕາມຄະນະຈັດຕັ້ງແລ້ວ, ສິ່ງທີ່ຊ່ວຍໃຫ້ SEA Write ສືບຕໍ່ພັດທະນາຢ່າງໝັ້ນຄົງແມ່ນຍ້ອນມີຄວາມເຊື່ອໝັ້ນວ່າ ພາສາ ແລະ ວັນນະຄະດີ ບໍ່ມີວັນສູນຫາຍໄປ, ຫາກພຽງແຕ່ຕ້ອງການເສີມສ້າງຢ່າງຖືກຕ້ອງ ເພື່ອເຊື່ອມຕໍ່ຜ່ານຫຼາຍລຸ້ນຄົນ. ກົງກັນຂ້າມກັບຄວາມວິຕົກກັງວົນທີ່ວ່າ ໄວໜຸ່ມບໍ່ມັກອ່ານປຶ້ມ,ຄວາມຈິງແວ້ວ ຜູ້ອ່ານໜຸ່ມ - ພິເສດແມ່ນລຸ້ນຄົນ G
en Z - ຍັງມັກອ່ານປຶ້ມ, ຍັງຊອກຫາວັນນະຄະດີຢູ່, ຖ້າໄດ້ເຂົ້າເຖິງບັນດາຮູບການທີ່ເໝາະສົມກວ່າ. ດ້ວຍຄວາມຮັບຮູ້ນັ້ນ, ກ້າວເຂົ້າສູ່ປີທີ 47, SEA Write Award ໄດ້ເລີ່ມຕົ້ນດ້ວຍຫຼາຍກິດຈະກຳໃໝ່ ເພື່ອແນໃສ່ນຳວັນນະກຳ ຫຍັບເຂົ້າໃກ້ກັບມະຫາຊົນ ແລະ ລຸ້ນໜຸ່ມກວ່າອີກ. ທ່ານນາງ ຄຸນຫຍິງ ທິພາວະດີ ເມກສະຫວັນ, ຫົວໜ້າ ຄະນະຈັດຕັ້ງ SEA Write Award ໃຫ້ຮູ້ວ່າ:
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
