ປີນີ້, ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການເຊີດຊູ ເປັນ 3 ຄັ້ງ, ເຊິ່ງລວມມີລາງວັນ: “ນະຄອນແຖວໜ້າ ອາຊີ”, “ນະຄອນແຖວໜ້າ ອາຊີ ສຳລັບການພັກຜ່ອນໄລຍະສັ້ນ”. ນອກຈາກນັ້ນ, ພະແນກທ່ອງທ່ຽວ ຮ່າໂນ້ຍ ກໍ່ໄດ້ຮັບການເຊີດຊູ ແມ່ນ “ອົງການຄຸ້ມຄອງການທ່ອງທ່ຽວ ນະຄອນ ແຖວໜ້າ”. (ພາບ: : haycafe.vn)

ຕອນເຊົ້າຂອງລະດູໃບໄມ້ຫຼົ່ນ ຢູ່ໜອງ ຮວ່ານກ໋ຽມ (ພາບ: Giang Trịnh/FB Hà Nội Fan)

ນະຄອນ ໂຮ່ຈີມິນ ໄດ້ຮັບການເຊີດຊູ ແມ່ນ “ນະຄອນ ທ່ອງທ່ຽວສົມທົບກັບເຮັດວຽກດີທີ່ສຸດ” ແລະ “ຈຸດນັດພົບຂອງການຈັດງານບຸນ ແລະ ເຫດການແຖວໜ້າຢູ່ ອາຊີ” (ພາບ: dantri.com.vn)

ໂດຍນອນໃນໃຈກາງເມືອງ 1, ນະຄອນ ໂຮ່ຈີມິນ, ໂບດ ດຶກບ່າ ສວຍງາມ, ໃຫຍ່ໂຕມະໂຫຖານ ດ້ວຍສະຖາປັດຕະຍາກຳຂອງ ຝລັ່ງ, ແມ່ນໜຶ່ງໃນບັນດາສັນຍາລັກຂອງນະຄອນ (ພາບ: reatimes.vn)

ນະຄອນ ໂຮ້ຍອານ ໄດ້ຮັບການຂະໜານນາມເປັນຄັ້ງທີ 4 ວ່າແມ່ນ “ຈຸດນັດພົບແຫ່ງນະຄອນ ວັດທະນະທຳ ແຖວໜ້າ ອາຊີ”. ນະຄອນແຫ່ງນີ້ກໍ່ໄດ້ຮັບລາງວັນນີ້ໃນປີ 2022, 2021 ແລະ 2019 (ພາບ: ໜັງສືພິມ Quảng Nam)

ຄ່ຳຄືນທີ່ສວຍງາມຢູ່ ໂຮ້ຍອານ (ພາບ: Pullman Dananang Beach Resort)

ແຂວງ ຮ່າຢາງ ໄດ້ຮັບການເຊີດຊູແມ່ນ “ຈຸດນັດພົບຂອງການທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນຢູ່ ອາຊີ”. ນີ້ເປັນຄັ້ງທຳອິດທີ່ ຮ່າຢາງ ໄດ້ຮັບລາງວັນ WTA (ພາບ: toquoc.vn)

ໃນລະດູໃບໄມ້ຫຼົ່ນ, ຢູ່ລຽບຕາມເສັ້ນທາງໄປເຂດພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ), ແຂກທ່ອງທ່ຽວສາມາດໄດ້ຮັບຊົມດອກບັກຫວິດ ເຕັມທົ່ວບໍລິເວນ (ພາບ: VOV)

ເປັນຄັ້ງທຳອິດ, ເມືອງເກາະ ຝູກວັກ ໄດ້ຮັບລາງວັນ “ເກາະແຫ່ການງທ່ອງທ່ຽວທີ່ຫລູຫລາແຖວໜ້າ ອາຊີ”. ປີ 2022, WTA ກໍໄດ້ເຊີດຊູ ຝູກວັກ ເປັນ “ເກາະມີທິວທັດທຳມະຊາດແຖວໜ້າໃນພາກພື້ນ” (ພາບ: Sun Property)

ຝູກວັກ ມີຫຼາຍສະຖານທີ່ພັກຜ່ອນບຳລຸງສຸຂະພາບມີລະດັບສາກົນ (ພາບ: VOV)

ຮ່ານາມ ໄດ້ຮັບລາງວັນຄວບຄູ່, ແມ່ນ “ຈຸດນັດພົບຂອງວັດທະນະທຳພາກພື້ນ ແຖວໜ້າ ອາຊີ ແລະ ຫວຽດນາມ”. ປີນີ້ແມ່ນປີທຳອິດ ທີ່ຮ່ານາມ ໄດ້ຮັບລາງວັນ ຈາກ WTA (ພາບ: Nguyễn Gia Bảo/thanhnien.vn)

ໝູ່ບ້ານອາຊີບປາເຄັມ ຫວູດ້າຍ, ຕາແສງ ຮ່ວາເຮົ້າ, ເມືອງ ຫຼີເຍີນ, ແຂວງ ຮ່ານາມ (ພາບ: dulichhanam.vn)

ເມືອງ ມົກເຈົາ (ແຂວງ ເຊີນລາ) ໄດ້ຮັບລາງວັນຄວບຄູ່ “ຈຸດນັດພົບແຫ່ງທຳມະຊາດແຖວໜ້າ ອາຊີ ແລະ ຫວຽດນາມ” ແລະ ເປັນຄັ້ງທີສອງຢ່າງລຽນຕິດທີ່ WTA ໄດ້ເຊີດຊູເນື້ອໃນສາຍນີ້. (ພາບ: : Nick M)

ຕາດ ຢ໋າຍອ້ຽມ (ເມືອງ ມົກເຈົາ) (ພາບ: FB Sơn Hòa Nguyễn)

ປ່າ ກຸກເຟືອງ ໄດ້ຮັບການເຊີດຊູແມ່ນ “ປ່າສະຫງວນແຫ່ງຊາດແຖວໜ້າ ອາຊີ” ປີ 2023 (ພາບ: FB Vườn Quốc Gia Cúc Phương )

ນີ້ແມ່ນປີທີ 5 ຢ່າງລຽນຕິດທີ່ ປ່າ ກຸກເຟືອງ ໄດ້ຮັບລາງວັນນີ້ (ພາບ: FB Vườn Quốc Gia Cúc Phương)