ໜັງສືພິມລາຍວັນ Wall Street Journal ໄດ້ຄັດສະເໜີແຫຼາງຂ່າວໂດຍໃຫ້ຮູ້ວ່າ ປະລິມານນ້ຳມັນແຮສາງ ຄາດວ່າຈະໄດ້ປ່ອຍອອກສູ່ຕະຫຼາດຂຶ້ນເຖິງ 182 ລ້ານຖັງ, ລື່ນກາຍຕົວເລກທີ່ບັນດາປະເທດສະມາຊິກ IEA ໄດ້ຂາຍອອກສູ່ຕະຫຼາດໃນປີ 2022 ພາຍຫຼັງທີ່ ລັດເຊຍ ຜັນຂະຫຍາຍບັ້ນການທະຫານຢູ່ ຢູແກຼນ. ຂໍ້ສະເໜີໄດ້ຍົກອອກມາໃນການຖະແຫຼງຂ່າວດ່ວນຂອງ 32 ປະເທດສະມາຊິກ IEA ກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໃນວັນທີ 10 ມີນາ ແລະ ຄຳຕັດສິນສຸດທ້າຍຈະໄດ້ປະກາດໃນວັນທີ 11 ມີນາ.
ປັດຈຸບັນ, ອົງການ IEA ໄດ້ສະສົມນ້ຳມັນແຮສາງກວ່າ 1,2 ຕື້ຖັງ ແລະ ປະມານ 600 ລ້ານຖັງ ໂດຍວິສາຫະກິດຄຸ້ມຄອງຕາມຄຳສັ່ງຂອງລັດຖະບານ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ