ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ(ພາບ: TTXVN)
|
ຕອນບ່າຍວັນທີ 02 ກໍລະກົດ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເຂດ 1 ໄດ້ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງໃນບໍລິເວນນະຄອນ, ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ແລະ ຕອບຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.
ຜູ້ມີສິດເລືອກຕັ້ງເປັນຈຳນວນຫຼາຍໄດ້ເຫັນດີ ແລະ ຕີລາຄາສູງໝາກຜົນຂອງກອງປະຊຸມປະຫວັດສາດຂອງສະພາແຫ່ງຊາດ ທີ່ໄດ້ຮັບຮອງເອົາຮ່າງກົດໝາຍສຳຄັນຫຼາຍສະບັບ, ສ້າງແລວນິຕິກຳໃຫ້ແກ່ການພັດທະນາ; ວຽກງານຊັກຖາມ ແລະ ຕອບຄຳຊັກຖາມໂດຍມີຈຸດສຸມ, ຕິດແທດກັບຕົວຈິງ. ພິເສດ, ຜູ້ມີສິດເລືອກຕັ້ງໄດ້ເຫັນດີເປັນຢ່າງສູງຕໍ່ການປະຕິບັດມະຕິຂອງສູນກາງ ກ່ຽວກັບການສັບຊ້ອນຫົວໜ່ວຍບໍລິຫານໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ.
ໂດຍຕາງໜ້າໃຫ້ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕອບຂໍ້ຂ້ອງໃຈຂອງຜູ້ມີສິດເລືອກຕັ້ງກ່ຽວກັບບັນດາບັນຫາ, ຄື: ພະນັກງານເຫຼືອ, ການສັບຊ້ອນສຳນັກງານເຮັດວຽກພາຍຫຼັງການສັບຊ້ອນກົງຈັກອຳນາດການປົກຄອງໃໝ່, ການສະຫງວນເນື້ອທີ່ດິນໃຫ້ບັນດາກິດຈະກຳຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
