ບັນຍາກາດພິທີໄຂ |
ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ແບກລຽນເຮືອງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໃຫ້ຮູ້ວ່າ ເຫດການ Photo Hanoi’ 25 – Biennale ຊ່າງພາບສາກົນປີນີ້ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ກວ່າ ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ, ດຶງດູດອົງການຈັດຕັ້ງ, ດຶງດູດການເຂົ້າຮ່ວມຂອງນັກສິລະປະການ, ຊ່າງພາບ, ຜູ້ຕິດຕາມ ແລະ ນັກຊ່ຽວຊານກວ່າ 170 ທ່ານທີ່ມາຈາກ 21 ປະເທດ, ພ້ອມດ້ວຍ 25 ອົງການຈັດຕັ້ງວິຊາການ.
ສ່ວນທ່ານ Jonathan Wallace Baker, ຫົວໜ້າອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ: Photo Hanoi ’25 ສ່ອງແສງໃຫ້ເຫັນວິໄສທັດຂອງ ຮ່າໂນ້ຍ ດ້ວຍຖານະເປັນນະຄອນປະດິດຄິດສ້າງຂອງ UNESCO. ເຫດການພິສູດໃຫ້ແກ່ບັນດາຄຸນຄ່າທີ່ອາດຈະສ້າງຂຶ້ນເມື່ອນັກສິລະປະການ, ວົງຄະນະຍາດ, ອຳນາດການປົກຄອງ ແລະ ບັນດາຄູ່ຮ່ວມມືສາກົນພ້ອມກັນກໍ່ສ້າງເຂດວັດທະນະທຳທີ່ມີຊີວິດຊີວາ, ເປີດອົກເປີດໃຈ ແລະ ກວມລວມ.
ເຫດການໄດ້ດຶງດູດການນັກສິລະປະການ, ຊ່າງພາບ, ຜູ້ຕິດຕາມ ຈາກ 21 ປະເທດເຂົ້າຮ່ວມ |
Photo Hanoi ’25 ໄດ້ດຳເນີນໃນຕະຫຼອດເດືອນພະຈິກ, ລວມມີ 22 ກິດຈະກຳວາງສະແດງ ແລະ 28 ການເຄື່ອນໄຫວອ້ອມຂ້າງ. ຜ່ານ 2 ລະດູ 2021 – 2023, Photo Hanoi ພິສູດໃຫ້ເຫັນກຳລັງດຶງດູດຢ່າງແຮງ ດ້ວຍຈຳນວນແຂກມາຢ້ຽມຊົມກວ່າ 170.000 ເທື່ອຄົນ, ມີຫຼາຍກວ່າ 200 ບົດຂຽນກ່ຽວກັບເຫດການນີ້ ແລະ ຫຼາຍກວ່າ 5 ລ້ານເທື່ອຄົນໄດ້ເຂົ້າເຖິງສື່ສັງຄົມອອນໄລ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

