ວັນທີ 29 ມີນາ, ລັດຖະມົນຕີ 4 ປະເທດ ລວມມີ ຕວັກກີ, ເອຢິບ, ປາກິດສະຖານ ແລະ ອາຣັບບິ ຊາອຸດິ ໄດ້ຈັດກອງປະຊມເປັນກຸ່ມຢູ່ນະຄອນ Islamabad ຂອງປາກິດສະຖານ ເພື່ອປຶກສາຫາລືບັນດາມາດຕາການຢຸດຕິການປະທະກັນ ຢູ່ພາກພື້ນຕາເວັນອອກກາງ ແລະ ຟື້ນຟູການເຄື່ອນໄຫວຂົນສົ່ງຜ່ານຊ່ອງແຄບທະເລ Hormuz. ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາຂໍ້ສະເໜີເພື່ອແນໃສ່ເປີດເສັ້ນທາງເດີນເຮືອຍຸດທະສາດນີ້, ລວມມີຄວາມສາມາດສ້າງກົນໄກຄຸ້ມຄອງລວມຕໍ່ສະແສນ້ຳມັນອາຍແກັດ, ກໍ່ຄືນຳໃຊ້ກົນໄກຈ່າຍເງິນ ຄ້າຍຄືກັນກັບ ຄອງເໝືອງ Suez. ບັນດາຂໍ້ສະເໜີນີ້ໄດ້ສົ່ງໄປຍັງຝ່າຍ ອາເມລິກາ ແລະ ກໍ່ໄດ້ແລກປ່ຽນກັບຝ່າຍອີຣານ. ກອງປະຊຸມໄດ້ແກ່ຍາວເປັນ 2 ວັນດ້ວຍການເຂົ້າຮ່ວມຂອງ ລັດຖະມົນຕີ 4 ປະເທດດັ່ງກ່າວ, ແຕ່ບໍ່ມີຜູ້ຕາງໜ້າຂອງອີຣານ, ອາເມລິກາ ແລະ ອິດສະລາແອັນ. ຄາດວ່າ, ຖະແຫຼງການຮ່ວມຈະໄດ້ປະກາດພາຍຫຼັງສິ້ນສຸດໂຄງການປຶກສາຫາລື.
4 ປະເທດປຶກສາຫາລືວິທີການເປີດຊ່ອງແຄບທະເລ Hormuz ຄືນໃໝ່
(VOVWORLD) - ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາຂໍ້ສະເໜີເພື່ອແນໃສ່ເປີດເສັ້ນທາງເດີນເຮືອຍຸດທະສາດນີ້, ລວມມີຄວາມສາມາດສ້າງກົນໄກຄຸ້ມຄອງລວມຕໍ່ສະແສນ້ຳມັນອາຍແກັດ, ກໍ່ຄືນຳໃຊ້ກົນໄກຈ່າຍເງິນ ຄ້າຍຄືກັນກັບ ຄອງເໝືອງ Suez.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ