(ນັກຂ່າວຍິງ ຟ້າມທິບິກງອັກ (ພະແນກຂ່າວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບລາງວັນ C) |
ຕອນຄ່ຳວັນທີ 19 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະພັກນະຄອນ ຮ່າໂນ້ຍ ໄດ້ຈັດພິທີມອບ “ລາງວັນສື່ມວນຊົນກ່ຽວກັບການພັດທະນາວັດທະນະທຳ ແລະ ສ້າງຊາວ ຮ່າໂນ້ຍ ສຸພາບຮຽບຮ້ອຍ, ສິວິໄລ” ຄັ້ງທີ 8 ປີ 2025. ຄະນະຈັດລາງວັນໄດ້ຮັບ 352 ບົດປະພັນຈາກ 35 ອົງການສື່ມວນຊົນ, ໃນນັ້ນມີຫຼາຍອົງການສື່ມວນຊົນໃຫຍ່, ຄື: ໂທລະພາບແຫ່ງຊາດ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ, ໜັງສືພິມ ເຍິນເຢິນ (ປະຊາຊົນ), ສຳນັກຂ່າວສານ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງ - ໂທລະພາບນະຄອນ ຮ່າໂນ້ຍ… ໂດຍສະແດງຄວາມເປັນກຽດທີ່ໄດ້ຮັບລາງວັນ C ໃນຄັ້ງນີ້, ນັກຂ່າວຍິງ ຟ້າມທິບິກງອັກ (ພະແນກຂ່າວ, ວິທະຍຸກະຈາຍສຽງ ຫວຽດນາມ), ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປະຕິຊົມຊື່ນເມື່ອໄດ້ຮັບລາງວັນ C, ລາງວັນວັດທະນະທຳຊາວ ຮ່າໂນ້ຍ, ສິວິໄລ ສຸພາບຮຽບຮ້ອຍ”, ຂ້າພະເຈົ້າຢາກສົ່ງສານກ່ຽວກັບບັນດາຄວາມງາມອັນລະອຽດອ່ອນທີ່ຝັງເລິກໃນຄວາມລື້ງເຄີຍ, ໃນຊີວິດປະຈຳວັນ, ນັບແຕ່ວິຖີຊີວິດ, ເຄື່ອງນຸ່ງຖື ແລະ ສະຕິຄວາມຮັບຮູ້ຂອງຊາວ ຮ່າໂນ້ຍ”.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
